ກາໝາຍ ສປປ ລາວ ປາສະຈາກປລາສຕິກ

ບ່ອນທີ່ທຸລະກິດບໍລິການຄົ້ນພົບຄວາມຍືນຍົງ

ກາໝາຍ ສປປ ລາວ ປາສະຈາກປລາສຕິກ

ກາໝາຍ ສປປ ລາວ ປາສະຈາກປລາສຕິກ
ວຽກງານຄວາມໝັ້ນຄົງຂອງ ທຸລະກິດບໍລິການ

ມາຮ່ວມຈັດຕັ້ງພາລະກິດກັບພວກເຮົາ ແລະ ກາຍເປັນທຸລະກິດບໍລິການຕົວແບບ ດ້ານການຮັກສາສິ່ງແວດລ້ອມ. ກາໝາຍ ສປປ ລາວ ປາສະຈາກປລາສຕິກ ຊຸກຍູ້ ແລະ ສົ່ງເສີມບັນດາທຸລະກິດ ທີ່ຫຼີກລ່ຽງການນຳໃຊ້ປລາສຕິກທີ່ສາມາດນຳໃຊ້ໄດ້ເທື່ອດຽວ. ພວກເຮົາມາຮ່ວມກັນເປັນສ່ວນໜຶ່ງໃນການສ້າງຄວາມປ່ຽນແປງທີ່ດີຂຶ້ນ - ສະພາບແວດລ້ອມທີ່ດີຂຶ້ນ ແລະ ສປປ ລາວທີ່ສະອາດສົດໃສຂຶ້ນກວ່າເກົ່າ!

ມາຮ່ວມກັນຮັບຜິດຊອບ

ບັນດາບົດຄົ້ນຄວ້າຕ່າງໆໄດ້ລະບຸວ່າສິ່ງເສດເຫຼືອປະເພດປລາສຕິກ ແມ່ນຂໍ້ທ້າທາຍທີ່ສຸດຢ່າງໜຶ່ງຂອງຂະແໜງການທ່ອງທ່ຽວ ແລະ ຂະແໜງທຸລະກິດບໍລິການໃນລາວ

0 ຈອກ/ມື້
ຄ່າສະເລ່ຍຂອງການຊົມໃຊ້ຈອກປລາສຕິກໃນ ຄາເຟ່ ແລະ ຮ້ານອາຫານ ໃນແຕ່ລະມື້ ແມ່ນ 200 ຈອກ
0 % ຂອງປາ
ໄມໂຄຮປລາສຕິກ ໄດ້ເຂົ້າໄປຢູ່ໃນຮ່າງກາຍຂອງປາ ແລະ ສັດປະເພດອື່ນ ທີ່ຄົນເຮົາບໍລິໂພກ
0 ປີ
ຕຸກນໍ້າປລາສຕິກທີ່ໃຊ້ໄດ້ເທື່ອດຽວ ໃຊ້ເວລາເຖິງ 450 ປີ ໃນການຍ່ອຍສະຫຼາຍ
ບັນດາສະມາຊິກຂອງພວກເຮົາ

ມາພົບກັບບັນດາ ທຸລະກິດໂຕແບບຂອງ ກາໝາຍ ສປປ ລາວປາສະຈາກປລາສຕິກ

ບັນດາສະມາຊິກຂອງພວກເຮົາ ຈາກບັນດາທຸລະກິດບໍລິການ ແມ່ນຫັນປ່ຽນໄປສູ່ການຫຼຸດຜ່ອນ ການສ້າງປລາສຕິກທີ່ໃຊ້ໄດ້ເທື່ອດຽວ - ຢັ້ງຢືນໂດຍຫຼັກຖານ, ການຝຶກອົບຮົມ, ການກວດສອບ ແລະ ການສະໜັບສະໜູນ.

Thriving in Vientiane, Vang Vieng, Luang Prabang with over 22 members. Join the Plastic-Free Laos label and pave the way for a greener, more sustainable future!

ບໍລິການຂອງພວກເຮົາ

ຜົນປະໂຫຍດທີ່ຈະໄດ້ຮັບຈາກການເປັນສະມາຊິກ ສປປ ລາວ ປາສະຈາກປລາສຕິກ

ພວກເຮົາມີຄວາມຍິນດີ ແລະ ກະຕືລືລົ້ນ ໃນການສະໜັບສະໜູນ ທຸລະກິດຂອງທ່ານໃນທຸກບາດກ້າວຂອງການເດີນທາງ. ຖ້າຫາກທ່ານເລືອກກາໝາຍຂອງພວກເຮົາ, ທ່ານຈະໄດ້ເຂົ້າເຖິງຖານຂໍ້ມູນທີ່ມີຄວາມໜ້າເຊື່ອຖື ແລະ ເຄື່ອງມືທີ່ຖືກອອກແບບມາເພື່ອ ແນະນຳວິທີການຫັນໄປສູ່ວິຖີແບບປາສະຈາກປລາສຕິກ. ພວກເຮົາໄດ້ສະໜອງບໍລິການດັ່ງລຸ່ມນີ້,

1. ການຝຶກອົບຮົມຈາກຜູ້ຊ່ຽວຊານ

ທີມງານຜູ້ຊ່ຽວຊານດ້ານຄວາມຍືນຍົງຂອງພວກເຮົາ ຈະຈັດຝຶກອົບຮົມທີ່ມີການປັບໃຫ້ເໝາະສົມກັບພະນັກງານຂອງທ່ານ ເຊິ່ງຈະຊ່ວຍໃຫ້ພະນັກງານຂອງທ່ານມີຄວາມຮູ້ ແລະ ຄວາມເຂົ້າໃຈທີ່ຈຳເປັນໃນການປັບເອົາແນວທາງການປະຕິບັດທີ່ຍືນຍົງເຂົ້າມາໃຊ້.

2. ບັນດາເຄື່ອງມືສື່ສານທີ່ໜ້າສົນໃຈ

ໂດດເດັ່ນໃນຖານະຜູ້ນຳດ້ານຄວາມຍືນຍົງດ້ວຍ ສື່ການຕະຫຼາດສຸດພິເສດທີ່ຖືກອອກແບບມາໂດຍສະເພາະ ເພື່ອນຳສະເໜີຄວາມມຸ່ງໝັ້ນໃນການຫັນໄປສູ່ສະພາບແວດລ້ອມທີ່ປາສະຈາກປລາສຕິກ, ສາມາດສື່ສານກັບລູກຄ້າໃຫ້ໃສ່ໃຈສິ່ງແວດລ້ອມ ແລະ ຂະຫຍາຍຜົບກະທົບຕໍ່ກັບແບຮນຂອງທ່ານໄປໃນທາງທີ່ດີຂຶ້ນ.

3. ຄຳແນະນຳສ່ວນໂຕ

ພວກເຮົາເຂົ້າໃຈເຖິງຄວາມເປັນເອກະລັກສະເພາະໂຕຂອງແຕ່ລະທຸລະກິດ, ດັ່ງນັນ, ພວກເຮົາຈຶ່ງໄດ້ໃຫ້ຄຳແນະນຳສ່ວນໂຕໃນການໃຊ້ກົນລະຍຸດການຈັດຕັ້ງປະຕິບັດໃນການຫຼຸດຜ່ອນການນຳໃຊ້ປລາສຕິກ ເຊິ່ງສອດຄ່ອງກັບຄວາມຕ້ອງການສະເພາະດ້ານຂອງທ່ານ.

4. ການກວດສອບມາດຕະຖານ

ພວກເຮົາໄດ້ດຳເນີນການກວດສອບຢ່າງລະອຽດ ເພື່ອໃຫ້ແນ່ໃຈວ່າທຸລະກິດຂອງທ່ານປະຕິບັດຕາມມາດຕະຖານສູງສຸດໃນການຫຼຸດການໃຊ້ປລາສຕິກ ໂດຍໃຫ້ໃບຮັບຮອງປາສະຈາກປລາສຕິກທີ່ມີຄວາມໜ້າເຊື່ອຖືໃຫ້ທ່ານ(ຖ້າຫາກຜ່ານມາດຕະຖານ)

5. ການສະໜັບສະໜູນແບບຕໍ່ເນື່ອງ

ພວກເຮົາບໍ່ຢຸດຢູ່ທີ່ການໃຫ້ພຽງແຕ່ໃບຢັ້ງຢືນ, ທີມງານຂອງພວກເຮົາຍັງຄົງໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ ເພື່ອຊ່ວຍໃຫ້ທ່ານຍັງຄົງຢູ່ໃນມາດຕະຖານ ແລະ ເປັນໂຕແບບດ້ານການປະຕິບັດແບບຍືນຍົງ, ພ້ອມທັງສະໜັບສະໜູນການເດີນທາງໄປສູ່ ທຸລະກິດທີ່ໃສ່ໃຈຕໍ່ສິ່ງແວດລ້ອມຫຼາຍຂຶ້ນ ໃນອະນາຄົດ.

6.​ ເຄືອຂ່າຍ ແລະ ສັງຄົມທີ່ກວ້າງຂຶ້ນ

ພວກເຮົາເຂົ້າໃຈເຖິງຄວາມເປັນເອກະລັກສະເພາະໂຕຂອງແຕ່ລະທຸລະກິດ, ດັ່ງນັນ, ພວກເຮົາຈຶ່ງໄດ້ໃຫ້ຄຳແນະນຳສ່ວນໂຕໃນການໃຊ້ກົນລະຍຸດການຈັດຕັ້ງປະຕິບັດໃນການຫຼຸດຜ່ອນການນຳໃຊ້ປລາສຕິກ ເຊິ່ງສອດຄ່ອງກັບຄວາມຕ້ອງການສະເພາະດ້ານຂອງທ່ານ.
ສະຖານທີ່ຂອງສະມາຊິກ

ບັນດາທຸລະກິດພາຍໄຕ້ ກາໝາຍ ສປປ ລາວ ປາສະຈາກປລາສຕິກ, ຈຸດເຕີມນໍ້າ, ແລະ ສະຖານທີ່ຮັບຊື້ຂີ້ເຫຍື້ອ ຣີໄຊໂຄຣ໌

ແຜນທີ່ນີ້ໄດ້ຮວມຮວມເອົາບັນດາສະຖານທີ່ຕັ້ງ ຂອງສະມາຊິກກາໝາຍ ສປປ ລາວປາສະຈາກປລາສຕິກ ແລະ ບັນດາຜູ້ທີ່ເຂົ້າຮ່ວມໂຄງການໃນໄລຍະທີ່ຜ່ານມາ. ເຊິ່ງໄດ້ລວມມີປະເພດຂອງສະຖານທີ່ຕ່າງໆດັ່ງລຸ່ມນີ້:

ໃຊ້ຟັງຊັ່ນນີ້ເພື່ອຄົ້ນຫາແຜນທີ່ໃຫ້ຖືກຕ້ອງ ຊັດເຈນ ຫຼາຍຂຶ້ນ. ຖ້າຫາກທ່ານຕ້ອງການເບິ່ງຊື່ສະມາຊິກທັງຫມົດໃນບັນຊີລາຍຊື່ແທນ, ໃຫ້ຄລິກໃສ່ປຸ່ມ 'ແຜນທີ່ສິ່ງແວດລ້ອມ' ເພື່ອເບິ່ງສະບັບເຕັມ.

ໂຄງການຂອງພວກເຮົາ

ເຊົ່າຈອກເຈົ້າ

ບັນດາຄາເຟ່ ແລະ ຮ້ານອາສານ ໃນ ສປປ ລາວ ໃຊ້ຈອກປລາສຕິກ ສະເລ່ຍ 200 ຈອກຕໍ່ມື້. ໂຄງການຄວາມຄິດລິເລີ່ມ "ເຊົ່າຈອກເຈົ້າ" ມີຈຸດປະສົງເພື່ອຫຼຸດຜ່ອນ ສິ່ງເສດເຫຼືອປະເພດນີ້ໃນຂະແໜງທຸລະກິດບໍລິການ.

ບັນດາໂຮງແຮມ, ຄາເຟ່, ຮ້ານອາຫານ ໄດ້ໃຫ້ບໍລິການເຊົ່າຈອກເຈົ້າ ແກ່ລູກຄ້າ, ເຊິ່ງສາມາດສົ່ງຄືນໃຫ້ບັນດາທຸລະກິດທີ່ເປັນສະມາຊິກຂອງ ກາໝາຍ ສປປ ລາວປາສະຈາກປລາສຕິກ. ຫຼັງຈາກນັ້ນ, ຈາກຈະຖືກທຳຄວາມສະອາດ ແລະ ນຳໄປໃຫ້ບໍລິການຄືນໃໝ່.

ຄຮິກທີ່ ສັນຍາລັກທາງລຸ່ມເພື່ອ ຮັບຂໍ້ມູນເພີ່ມເຕີມ ແລະ ເບິ່ງແຜນທີ່ຂອງຮ້ານທີ່ມີບໍລິການ "ເຊົ່າຈອກເຈົ້າ"

ວິດີໂອ