ນັກຊີວະວິທະຍາຄົນທຳອິດທີ່ຄົ້ນພົບໄມໂຄຣປລາສຕິກໃນທະເລ ຈາກບໍ່ມີໃຜສົນໃຈ ຈົນຕໍ່ສູ້ໃຫ້ວົງການວິທະຍາສາດຮັບຮູ້ເຖິງຄວາມສຳຄັນຂອງຂີ້ເຫຍື້ອປລາສຕິກ
- Environment - International
- Plastic Free Laos Label
ທ່ານ ເອັດເວີດ ຄາເພນເຕີ (Edward Carpenter) ໄດ້ໃຫ້ຮູ້ວ່າ: ລາວຮູ້ສຶກຕົກໃຈກັບຈຳນວນຂີ້ເຫຍື້ອປລາສຕິກທີ່ຖືກຖິ້ມລົງທະເລ; ເພາະໃນເມື່ອກ່ອນ, ປລາສຕິກບໍ່ໄດ້ແຜ່ຫຼາຍຄືໃນປັດຈຸບັນ ແຕ່ຫາກໍເລີ່ມນຳໃຊ້ຢ່າງແຜ່ຫຼາຍໃນຊ່ວງພາຍຫຼັງສົງຄາມໂລກຄັ້ງທີ 2 ນີ້ເອງ. ດ້ວຍເຫດນີ້, ມັນຈຶ່ງກາຍເປັນສິ່ງທີ່ຈຸດປະກາຍຄວາມສົນໃຈ ແລະ ຄິດວ່າບັນຫາເຫຼົ່ານີ້ ຄວນເປັນສິ່ງທີ່ທຸກຄົນຈະໄດ້ຮັບຮູ້ ແລະ ຖືກເຜີຍແຜ່ອອກເປັນບົດຄົ້ນຄວ້າ. ແຕ່ພາຍຫຼັງທີ່ລາວນຳເອົາບົດຄົ້ນຄວ້າດັ່ງກ່າວ ໄປສະເໜີໃຫ້ແກ່ນັກວິຊາການ ກັບບໍ່ມີໃຜສົນໃຈ ແລະ ບອກໃຫ້ລາວຢຸດຄົ້ນຄວ້າກ່ຽວກັບບັນຫາຂີ້ເຫຍື້ອປລາສຕິກ ແລ້ວກັບໄປເຮັດວຽກທາງດ້ານຊີວະວິທະຍາເຊັ່ນເຄີຍ. ເຖິງຢ່າງໃດກໍຕາມ, ລາວກໍຍັງບໍ່ຢຸດຢັ້ງ ທີ່ຈະສືບຕໍ່ຄົ້ນຄວ້າກ່ຽວກັບຂີ້ເຫຍື້ອປລາສຕິກໃນທະເລ ແລະ ໃນທີ່ສຸດ, ບົດຄົ້ນຄວ້າຂອງລາວກໍໄດ້ຮັບຄວາມສົນໃຈອີກຄັ້ງ ເມື່ອນັກວິທະຍາສາດ ໄດ້ນຳເອົາບົດຄົ້ນຄວ້າຂອງລາວໄປເຜີຍແຜ່ໃນກອງປະຊຸມ “The Ocean Science” ທີ່ໄດ້ຈັດຂຶ້ນໃນປີ 2010 ທີ່ປະເທດ ໂປແລນ. ຈົນເວລາຜ່ານໄປຫຼາຍກວ່າ 50 ປີ, ທ່ານ ເອັດເວີດ ຈຶ່ງໄດ້ຕັດສິນໃຈ ເລົ່າເຖິງເລື່ອງລາວທີ່ລາວຕ້ອງໄດ້ຕໍ່ສູ້ ເພື່ອໃຫ້ວົງການວິທະຍາສາດ ໄດ້ຮັບຮູ້ເຖິງການຄົ້ນພົບຂອງລາວ. ພ້ອມກັນນັ້ນ, ທ່ານ ເອັດເວີດ ຍັງໄດ້ກ່າວຕື່ມອີກວ່າ: ລາວຮູ້ສຶກດີໃຈທີ່ເຫັນນັກວິທະຍາສາດ ແລະ ບຸກຄົນທົ່ວໄປຫັນມາໃຫ້ຄວາມສຳຄັນ ຕໍ່ກັບບັນຫານີ້ຫຼາຍຂຶ້ນ. ແຕ່ໃນຂະນະດຽວກັນ, ບັນຫາຂີ້ເຫຍື້ອປລາສຕິກ ກໍຍັງມີຫຼາຍເກີນທີ່ຈະສາມາດຄວບຄຸມໄດ້. ທ່ານ ເອັດເວີດ ຍັງແມ່ນອາຈານສອນຊີວະວິທະຍາ ທີ່ມະຫາວິທະຍາໄລ San Francisco ແລະ ໄດ້ຮັບລາງວັນ Redfield Award 2022 ຈາກການປະກອບສ່ວນທີ່ສໍາຄັນ ໃນການຊີ້ແຈງເຖິງບົດບາດສໍາຄັນຂອງການສ້ອມແຊມໄນໂຕຣເຈນໃນມະຫາສະຫມຸດ ໃນການຮັກສາບົບນິເວດຂອງມະຫາສະຫມຸດ ແລະ ຊີວະເຄມີຂອງໂລກ.
ອ້າງອີງຂໍ້ມູນ: FB: ลุงซาเล้งกับขยะที่หายไป https://www.bbc.com/news/av/stories-64250382...
- Best Practices
- Environment - International
- Plastic Free Laos Label
- Best Practices
- Environment - International
- Environment - International