Fame for Changes ອິດທິພົນຂອງຄົນດັງ ທີ່ໃຊ້ສື່ສຽງໃນການເຮັດເພື່ອໂລກ
- Best Practices
- Environment - International
ບໍ່ດົນມານີ້ໄດ້ມີການແຊພາບກິດຈະກຳການເກັບຂີ້ເຫຍື້ອຂອງສິລະປິນຊາວຈີນທີ່ມີຊື່ສຽງລະດັບໂລກ ກໍຄື ແຈັກສັນ ຫວັງ (Jackson Wang) ເຊິ່ງກໍເປັນສິລະປິນ K-Pop ໃນວົງ GOT7 ທີ່ມີຜູ້ຕິດຕາມຫຼາຍລ້ານຄົນໃນຫຼາຍປະເທດທົ່ວໂລກ. ສິລະປິນຄົນດັ່ງກ່າວໄດ້ມີການລົງເກັບຂີ້ເຫຍື້ອໃນຮ່ອງແຫ່ງໜຶ່ງໃນນະຄອນຫຼວງບາງກອກ, ປະເທດໄທ, ຮ່ວມກັບເຈົ້າຄອງນະຄອນບາງກອກ (ຜູ້ວ່າລາຊະການ). ພາບດັ່ງກ່າວສ້າງກະແສເຮັດໃຫ້ບຸກຄົນທົ່ວໄປເວົ້າເຖິງການກະທໍາເພື່ອສັງຄົມຂອງສິລະປິນດັ່ງກ່າວໃນວົງກວ້າງ.
ແນວໃດກໍດີ, ກະແສບຸກຄົນມີຊື່ສຽງສ້າງຄວາມປ່ຽນແປງທາງບວກໃຫ້ແກ່ສັງຄົມ ແລະ ທີ່ໃຊ້ອິດທິພົນຂອງໂຕເອງໂນ້ມນ້າວສັງຄົມໃຫ້ຫັນມາຕະໜັກເຖິງບັນຫາຕ່າງໆບໍ່ແມ່ນສິ່ງທີ່ໃໝ່, ເຊິ່ງມັນກໍເຮັດໃຫ້ມີການປຸກລະດົມແນວຄິດຂອງຄົນໃນສັງຄົມໄດ້ໄວ ແລະ ວົງກວ້າງກວ່າ.
ທັງນີ້, ທີ່ຜ່ານມາກໍມີດາລາລະດັບໂລກເຊັ່ນ ເອັມມ່າ ວັດສັນ (Emma Watson) ທີ່ອອກມາຮຽກຮ້ອງສິດທິສະຕີ, ລີໂອນາໂດ ດິຄາປຣິໂອ (Leonardo DiCaprio) ທີ່ກາຍມາເປັນນັກເຄື່ອນໄຫວທາງສິ່ງແວດລ້ອມ ແລະ ມີມູນລະນິທິຂອງຕົນເອງ ກໍຄື The Leonardo DiCaprio Foundation, ສິລະປິນ ຄີຊ່າ (Kesha) ທີ່ອອກມາຮຽກຮ້ອງສິດທິຂອງສັດ ເປັນຕົ້ນ. ການເຄື່ອງໄຫວນີ້ ຊາຣາ ຄວາງ (Sarah Kwong) ນັກຂ່າວຈາກ greenisthenewblack ໄດ້ເອີ້ນວ່າ Fame for Change ຫຼື ຊື່ສຽງເພື່ອການປ່ຽນແປງ.
ນອກນີ້, ເຈົ້າຊາຍຂອງ ສະຫະລາຊະອານາຈັກ ອັງກິດ ເຊັ່ນ ເຈົ້າຊາຍ ວິນລ້ຽມ (Prince William) ຍັງໄດ້ມີການຮ່ວມມືກັບ ເດວິດ ອະເທັນບໍຣະ (David Attenborough) ນັກສິ່ງແວດລ້ອມຊື່ດັງເພື່ອ ລິເລີ່ມລາງວັນອັນຊົງກຽດທາງສິ່ງແວດລ້ອມຄື the Earthshot Prize ເປັນການສ່ອງແສງໃຫ້ເຫັນວ່າບຸກຄົນມີສື່ສຽງລະດັບໂລກໃນດ້ານຕ່າງໆໄດ້ຫັນມາໃສ່ໃຈບັນຫາສິ່ງແວດລ້ອມຫຼາຍຂຶ້ນ.
ນາງ ຊາຣາ ມາຊີລເດິນ (Sarah Marchildon) ຈາກອົງການສະຫະປະຊາຊາດກ່ຽວກັບການປ່ຽນແປງດິນຟ້າອາກາດ (UNFCCC) ທີ່ ກ່າວວ່າ "ພວກເຮົາຕ້ອງການຄົນດັງເພື່ອເຂົ້າເຖິງຜູ້ທີ່ພວກເຮົາບໍ່ສາມາດເຂົ້າຫາດ້ວຍຕົວເອງໄດ້."
ແນວໃດກໍຕາມ, ທຸລະກິດຕ່າງໆທີ່ມຸ່ງເນັ້ນໃສ່ການໃຊ້ຄວາມຍືນຍົງ ແລະ ການປົກປັກຮັກສາສິ່ງແວດລ້ອມເອງກໍມີການຫັນມານຳໃຊ້ Fame for Change ຫຼື ກໍຄືການນຳໃຊ້ບຸກຄົນທີ່ມີຊື່ສຽງມາເປັນກະບອກສຽງໃຫ້ສິນຄ້າຂອງຕົນຫຼາຍຂຶ້ນ ເຊິ່ງກໍຄືກັບກໍລະນີຂອງ ແຈັກສັນ ຫວັງ ທີ່ໄດ້ກ່າວມາຂ້າງເທິງ ທີ່ມີການຈັດຕັ້ງປະຕິບັດໂດບເຄື່ອງດື່ມຍີ່ຫໍ້ໜຶ່ງທີ່ມີການນຳຕຸກໄປຜະລິດໃໝ່ (recycle) ເປັນຈຸດຂາຍ.
ທີ່ມາ:
- https://www.dw.com/.../celebrity-endorsement.../a-55297296
- https://greenisthenewblack.com/fame-for-change.../
- Best Practices
- Environment - International
- Plastic Free Laos Label
- Environment - International
- Plastic Free Laos Label
- Environment - International